่อยากให้สั่งคมอยอมรับในสิ่งที่เราเป็น

ສະບາຍດີ ຊາວ pantip ທຸກຄົນ ຄືວ່າ ຂ້ອຍເປັນຄົນນຶ່ງທີ່ມີບັນຫາໃນຊີວິດທີ່ບໍ່ສາມາ ລະບາຍກັບໄດ້ ຄວາມກົດດັນນີ້ໄດ້ຕາມຕິດຊີວິດຂ້ອຍເປັນເວລານານແລ້ວ ເຊີ່ງ ປະຈຸບັນນີ້ຂ້ອຍ ຮຽນມະຫາວິທະຍາໄລ ປີ 4 ແລ້ວ ເລີ່ມເຂົ້າເລື່ອງກັນ ເລີຍ
     ເລື່ອງມີຢູ່ ຕັ້ງແຕ່ ຂ້າພະເຈົ້າຮຽນ ມ 3 ຈົນເຖິງປະຈຸບັນ ປີ 4 ຂ້ອຍມີບັນຫາໃນການສື່ສານ ອັນເປັນລັງກຽດ ຈາກໝູ່ເພື່ອນ ແລະ ຄົນໃກ້ສິດ ບໍ່ມີໃຜຕ້ອງການຂ້ອຍມີແຕ່ຄນດູໝີ່ນຍຽດຍາມ ເອົາລັດເອົາປຽບ ສ້າງຄວາມອັບອາຍຈົນຂ້ອຍບໍ່ມີຄວາມໝັ່ນໃນຕົວເອງນ້ອຍໃຈຕົວເອງ  ບໍ່ມີໂອກາດໄດ້ສະແດງຄວາມຄິດເຫັ້ນໃນສັງຄົມເຖິ່ງຈະມີຄວາມກໍ່ໄຮຄ່າ ເພາະສັງຄັມຕ່າງກໍບໍ່ໃຫ້ໂອກາດ ຄວາມກົດດັນ ແລະ ຄວາມຄຽດ ທີ່ໄດ້ຮັບຈະສັງຄົມ ຕະຫຼອດຮອດບັນຫາຂອງຄອບຄົວເຮັດໃຫ້ຂ້ອຍຄິດໜັກຈົນຕາຍໃຫ້ພົ້ນບັນຫາແຕ່ ຂ້ອຍຄິດວ່າມັນຄົງຈະບໍ່ແມ່ນທາງອອກທີ່ຖືກຕ້ອງ ສະນັ້ນ, ຂ້ອຍຈຶ່ງເຕື່ອນຕົວເອງວ່າເຖີ່ງຈະເກີດຫຍັງຂື້ນກໍ່ຈະສູ້ໃຫ້ເຖີ່ງທີ່ສຸດ ຈະເຮັດໃຫ້ໂລກຮູ້ວ່າເຖີ່ງເຮົາຈະບໍ່ຄືຄົນອື່ນແຕ່ເຮົາຍັງມີຄ່າຕໍ່ປະເທດເຮົາຢື່ນດ້ວຍຕົວເອງໄດ້ບໍ່ເຄີຍເປັນພາລະແກ່ໃຜ
   ເຊິ່ງປະຈຸບັນນີ້ຂ້ອຍໃຊ້ຊີວິດ ແບບຄົນບໍ່ມີຕົວຕົນ ຂາດຄວາມເຂົ້າໃຈຈາກຄົນຮອບກາຍ ຈົນຫັນໄປເພິງ ສິ່ງມື່ນເມົາພຽງເພື່ອຕ້ອງການ ການຍ່ອມຮັບຈາກໝູ່ເພື່ອນຈົນເກືອບຈະເອົາຕົວບໍ່ລອດ ເພາະສັງຄົມບໍ່ເຄີຍເຫັ້ນໃຈ ພຽງແຕ່ໄດ້ຍີນຊື່ຂ້ອຍຄົນອື່ນກໍ່ລັງກຽດແລ້ວ.
     ໃຜທີ່ມີບັນຫາແບບນີ້ ຫຼື ມີຄຳແນະນຳ ບອກໄດ້ຍີນດີຮັບຟັງ ແລະ ແລກປ່ຽນຄວາມຄິດ ຂ້ອຍຈະເຮັດແບບໃດສັງຄົມຈຶງຈະຍອມຮັບ ຂ້ອຍຜິດບໍ່ທີ່ເປັນ ພວກທ່ານ ອ່າຍບໍ່ທີ່ມີເພືອນແບບຂ້ອຍ ລົບກວນ ຊາວພັນທິບ ຈົ່ງໃຫ້ຄຳ ແນະ ນຳ
แสดงความคิดเห็น
โปรดศึกษาและยอมรับนโยบายข้อมูลส่วนบุคคลก่อนเริ่มใช้งาน อ่านเพิ่มเติมได้ที่นี่