บดไปโป้ง .... น้ำเบียร์กระฉูดเลย 555
ເພື່ອປົກປ້ອງຜູ້ບໍລິໂພກ ແຂວງຫົວພັນ ທຳລາຍເບຍນຳເຂົ້າບໍ່ຖືກຕ້ອງ 744 ແກັດ ມູນຄ່າກວ່າ 81 ລ້ານກີບ.
ໃນວັນທີ 15 ພຶດສະພາ 2026 ນີ້, ຢູ່ທີ່ສາງຂອງພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ພາສີປະຈຳແຂວງຫົວພັນ ໄດ້ຈັດພິທີທຳລາຍສິນຄ້າປະເພດເຄື່ອງດື່ມ (ເບຍ)
ທີ່ນຳເຂົ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ໄມແກ້ວ ນໍລະສິງ, ຫົວໜ້າພາສີປະຈຳແຂວງຫົວພັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ເປັນຜົນງານການກວດກາ ແລະ ຢຶດໄດ້ຂອງເຈົ້າໜ້າທີ່ພາສີປະຈຳແຂວງຫົວພັນ ໃນໄລຍະແຕ່ວັນທີ 19 ພຶດສະພາ ຫາ ວັນທີ 25 ທັນວາ 2025 ຜ່ານມາ. ເຊິ່ງສິນຄ້າທັງໝົດແມ່ນໄດ້ລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະສານຢັ້ງຢືນການເສຍພາສີ-ອາກອນ ແລະ ບໍ່ຜ່ານການກວດກາດ້ານເຕັກນິກ-ສຸຂານາໄມຈາກຂະແໜງການທີ່ກ່ຽວຂ້ອງ.
ສິນຄ້າທີ່ຖືກນຳມາທຳລາຍປະກອບມີ ເບຍຍີ່ຫໍ້ Bebeco, Steen, Casa ແລະ Hanoi ລວມທັງໝົດ 744 ແກັດ, ຄິດເປັນມູນຄ່າຄວາມເສຍຫາຍທາງດ້ານງົບປະມານ ແລະ ລາຄາສິນຄ້າທັງໝົດ 81,840,000 ກີບ. ສຳລັບວິທີການທຳລາຍແມ່ນເຈົ້າໜ້າທີ່ໄດ້ໃຊ້ລົດຈົກຢຽບໃຫ້ແຕກລະອຽດ ເພື່ອບໍ່ໃຫ້ສາມາດນຳມາບໍລິໂພກ ຫຼື ນຳໄປຈຳໜ່າຍຄືນໄດ້ອີກ.
----------------------------------------
แปล .... เพื่อเป็นการคุ้มครองผู้บริโภค จังหวัดหัวพันได้ทำลายเบียร์ที่นำเข้าอย่างผิดกฎหมายจำนวน 744 ลัง มูลค่ากว่า 81 ล้านกีบ (118,248 บาท)
เมื่อวันที่ 15 พฤษภาคม 2569 ณ คลังสินค้าของกรมป้องกันและปราบปรามการค้ามนุษย์ ศุลกากรจังหวัดหัวพันได้จัดพิธีทำลายผลิตภัณฑ์เครื่องดื่ม (เบียร์) ที่นำเข้าอย่างผิดกฎหมายตามกฎหมาย โดยมีนายไม้แก้ว นรสิง หัวหน้าศุลกากรจังหวัดหัวพัน และผู้เกี่ยวข้องเข้าร่วม
สินค้าที่ถูกทำลายในครั้งนี้เป็นผลมาจากการตรวจสอบและยึดโดยเจ้าหน้าที่ศุลกากรในจังหวัดหัวพัน ระหว่างวันที่ 19 พฤษภาคม ถึง 25 ธันวาคม พ.ศ. 2568 สินค้าทั้งหมดเป็นสินค้านำเข้าผิดกฎหมาย ไม่มีเอกสารยืนยันการชำระภาษีและอากรและไม่ผ่านการตรวจสอบทางเทคนิคและสุขอนามัยจากหน่วยงานที่เกี่ยวข้อง
สินค้าที่ถูกทำลาย ได้แก่ เบียร์ยี่ห้อ Bebeco, Steen, Casa และ Hanoi จำนวน 744 กระป๋อง คิดเป็นมูลค่าความเสียหายรวม 81,840,000 กีบ
เจ้าหน้าที่ใช้รถหนักบดขยี้สินค้าเหล่านั้นเพื่อป้องกันไม่ให้สามารถนำไปบริโภคหรือขายต่อได้
ว้าว ... ทำลาย"เบียร์เถื่อน"
บดไปโป้ง .... น้ำเบียร์กระฉูดเลย 555