ຣີວິວເມືອງປາກລາຍ,ແຂວງໄຊຍະບູລີ ( Paklay,sayabouly review )

กระทู้สนทนา
ເມືອງປາກລາຍ,ແຂວງໄຊຍະບູລີ ບາງຄົນຮູ້ແລະບາງຄົນຍັງບໍ່ຮູ້ ຂ້ອຍໄດ້ຍ້າຍມາຢູ່ນີ້ໄດ້6-7ເດືອນ ສິ່ງທີ່ພົບຄືເສດຖະກິດດີຫຼາຍ ຄ້າຂາຍຫຍັງກໍໄດ້ຂາຍຂ້ອນຂ້າງດີ ຕະຫຼາດບໍ່ງຽບເຫງົາຄືເມືອງພຽງ (ເມືອງທີ່ຂ້ອຍຢູ່ມາກ່ອນ) 
ແລະການເຮັດຫຍັງຕ່າງໆລ້ວນແລ້ວແຕ່ມີຄົນຫຼິ້ນເສັ້ນກັນຢ່າງຫຼວງຫຼາຍ ຖ້າໃຜມີລູກຫຼານຈະພາຍ້າຍມາແລ້ວຫວັງວ່າຈະໃຫ້ລູກໆຫຼານໆເສັງນັ້ນນີ້ໃຫ້ຕິດອັນດັບ ບອກເລີຍວ່າຢ່າຫວັງເລີຍເພາະມີແຕ່ຄົນເງິນໜາໆ ຄວາມຍຸຕິທຳຕໍ່ນັກຮຽນກໍບໍ່ຄ່ອຍມີ ໃນໂຮງຮຽນແຫ່ງໜຶ່ງໃນເມືອງປາກລາຍນີ້ແຫຼະແມ້ແຕ່ການໃຫ້ຄະແນນນັກຮຽນຍັງບໍ່ໄດ້ວັດຈາກຄວາມສາມາດນັກຮຽນແທ້ໆໃນບາງວິຊາ ບາງອາຈານໃຫ້ຄະແນນແບບຕາມໃຈ,ບາງອາຈານປະຈຳວິຊາໃຫ້ຄະແນນຈາກການທີ່ໃຊ້ນັກຮຽນໄປອະນາໄມນັ້ນນີ້ໃຫ້,ບາງອາຈານຯໃຫ້ຄະແນນດ້ວຍການທີ່ໄປໂຮງຮຽນຫຼືໄປວຽກຕ່າງໆຢູ່ນອກໂຮງຮຽນ ແນ່ນອນວ່າໃນນາມນັກຮຽນມັນຈະສະບາຍໂຄດໆແຕ່ເມື່ອຄຳນຶງເຖິງບຸກຄະລາກອນຂອງຊາດລາວເຮົາມັນຈະມີຄົນທີ່ມີຄວາມສາມາດໃນການພັດທະນາປະເທດຊາດຫວາ? ຜູ້ຄົນມັນຈະມັກການຮຽນໄດ້ແນວໃດໃນເມື່ອບໍ່ໄດ້ສົ່ງເສີມໃຫ້ນັກຮຽນ ຮຽນໜັງສືຢ່າງແທ້ຈິງ ຢາກໃຫ້ເກັບໄວ້ຄິດ ແລ້ວອີກຢ່າງໜຶ່ງຄື ຖ້າໃຜຂາດໂຮງຮຽນແມ່ນບໍ່ໄດ້ກວດກາແລ້ວຈາກນັ້ນທ້າຍປີຈະເກັບເງິນເພື່ອຂຽນຄະແນນໃສ່ໃຫ້ແລ້ວກໍຈົບ ບໍ່ຕ້ອງເສັງຄືນ ແບບນີ້ກໍໄດ້ຫວາ? ກະຊວງເປັນຄົນກຳນົດໃຫ້ແທ້ບໍ່? ຢາກຮູ້ໄດ໋ ວ່າມັນຕົກຕ່ຳປານນີ້ພີ້ຫວາ...
แสดงความคิดเห็น
โปรดศึกษาและยอมรับนโยบายข้อมูลส่วนบุคคลก่อนเริ่มใช้งาน อ่านเพิ่มเติมได้ที่นี่