ຢອກເເຟນແຕ່ເເຟນພັດຈິງຈັງ

ມື້ນີ້ ແຟນເຂົາລາວບໍ່ສະບາຍລະລາວກະຂໍກັບບ້ານ ເພາະຕອນນັ້ນຢູ່ໂຮງຮຽນ
ແລ້ວຕອນທີ່ລາວຈະກັບ ເຂົາຢອກລາວໄປວ່າ:
   
ຫຍັງອະຊຳນີ້ກະເປັນໄຂ້ (ເເຕ່ເຮົາເອງເປັນຄົນສຽງດັງ)ຖາມຕໍ່ລາວ
ຈະກັບລະເປັນຂະຫນາດນັ້ນເລີຍຫວາ (ອັນນີ້ເຮົາຖາມເປັນຫ່ວງແຕ່ສຽງເຮົາເປັນຄົນທີ່ສຽງຫ້າວເເລະສຽງດັງ)
ລາວກະຕອບວ່າ: ຕີນໃສ່ຊຳບໍ້
ແລ້ວເຮົາກະຮ້ອງຖາມຄືນເພາະໄກກັນ : ເວົ້າຫຍັງກີ້ນິ (ເເຕ່ເຮົາກະບໍ່ໄດ້ຍີນ)
  ຈົນຕອນເເລງມາເເຊັດຖາມລາວວ່າລາວເປັນຫຍັງຍັງໃຄລະຫວາ ສາເຫດເປັນຫຍັງຄືເປັນໄຂ້ ທັງທີ່ວານກ່ອນກະປົກກະຕິ  ລາວກະວ່າວິນຫົວເມືອຍລະໄຂ້ຂື້ນ
ເຮົາກໍບອກວ່າຂາດນ້ຳຕານບໍ່ ລວກໄຂ່ກິນເບິ່ງບາງເທື່ອມີເເຮງ ແລ້ວເຮົາກະຖາມເລື່ອງມື້ສວຍນີ້

  ລາວບອກວ່າ: ເຮົາເວົ້າສຽງດັງລາວບໍ່ມັກ ເຮົາເວົ້າເເຮງໂພດ
  ເຂົາເອງກະຕອບວ່າ: ກະບີຫນ້າຈະຮູ້ວ່າເຂົາຄົນສຽງດັງອີກຢ່າງເຮົາກະຢູ່ໄກກັນ ບີໄດ້ຍິນເຂົາເເຕ່ເຂົາບໍ່ໄດ້ຍິນບີເວົ້າ
  ລາວບອກວ່າ:ຖ້າເປັນເຂົາເວົ້າຮ້ອງສຽງແບບນັ້ນບີຊິມັກບໍ່?
  ເຂົາກະຕອບວ່າ :ບໍ່ເຊິ່ງບໍມັກກະເບິ່ງຕາມສະຖານະການເບິ່ງບີເເນ່ກິນກະເລືອກຕິນັ້ນຕິນີ້ ຜັກກະບໍ່ກິນເອົາຫຍັງໃຫ້ກິນກະຕິ ຫນ້ອຍຫນື່ງກະເປັນໄຂ້ ຫນ້ອຍຫນື່ງກະເປັນຫວັດ
   ພໍພິມຈົບລາວກໍພິມມາຫຍັງຍາວໆ ເເຕ່ຕອນນັ້ນເຂົາຄາຕອບເເຊັດລູກຄ້າເລີຍບໍ່ຕອບເທື່ອ ລາວພິມປະມານວ່າ ບີເວົ້າສຽວດັງເຂົາບໍ່ມັກ ຫຍັງສັກຢ່າງລະລາວກະຈົບປິໂຫຍກທີ່ວ່າ ບີຊິຄິດເເນວໃດກະຄິດ ເຖິງບີວ່າມັນຕະຫລົກເເຕ່ເຂົາບໍ່ຕະຫລົກນຳ
   ອັນນີ້ກະບໍ່ຮູ້ຊິຕອບ ເພາະເຮົາເອງກະຄົບກັນມາດົນເເລະເຮົາກະຄົນສຽງດັງອອກຫ້າວໆຄ້າຍຜູ້ຊາຍ ເລີຍຄິດວ່າເປັນຫຍັງດົນປານນີ້ຈັງບໍ່ເຂົ້າໃຈໂຕເຮົາອີກ
   ເເຕ່ອີກໃຈກະຮູ້ສຶກຜິດທີ່ເວົ້າໄປ ແຕ່ກະເສຍໃຈທີ່ລາວເວົ້າໃສ່ເຮົາແບບນັ້ນທັງທີ່ມັນເປັນໂຕເຮົາທີ່ສະເເດງໃຫ້ລາວເຫັນມາຕະຫລອດ
(ເຂົາເອງເປັນຜູ້ຍິງ ສ່ວນລາວເປັນຜູ້ຊາຍ ຄົບມາເກືອບ3ປີ) ເລີຍຢາກຮູ້ວ່າເຮົາຄວນຈະຮູ້ສຶກແນວໃດ ເພາະຕອນນີ້ໄປບໍ່ຖືກ   #คนลาว
แก้ไขข้อความเมื่อ
แสดงความคิดเห็น
โปรดศึกษาและยอมรับนโยบายข้อมูลส่วนบุคคลก่อนเริ่มใช้งาน อ่านเพิ่มเติมได้ที่นี่