ສະບາຍດີ
ຂໍເລົ່າປະສົບການຊີວິດໂຕເອງແນ່ ອ່ານແຕ່ຂອງຄົນອື່ນມາຫລາຍ ກະເລີຍຄິດວ່າຢາກລອງເລົ່າເລື່ອງຂອງໂຕເອງແນ່ ເພື່ອວ່າຊິຖືກກັບໃຜຫລາຍໆຄົນ
ເວລາທີ່ແອບຮັກໃຜຄົນ1ແລ້ວ ຮູ້ສຶກວ່າເຮົາມີຄວາມສຸກເວລາໄດ້ຢູ່ໃກ້ໆເຂົາ
ເຫດເກີດເມື່ອ4ປີກ່ອນ (ຄວາມຈິງເຮົາກະຮູ້ຈັກກັນມາດົນແລ້ວແຫລະ ແຕ່ບໍ່ໄດ້ສະຫນິດກັນປານໃດ) ແຕ່ມາຮອດມື້ເກີດເຫດຂ້ອຍໄດ້ພົບກັບລາວຢູ່ສະຖານທີ່ແຫ່ງ1 ແລ້ວກະທັກທາຍກັນຕາມພາສາຄົນເຄີຍຮູ້ຈັກກັນ ຂໍເອີ້ນມັນວ່າ ຊີ
ຊີ: ເອົ້າ... ນ້ອຍຫວານິ ບໍ່ເຫັນຕັ້ງດົນ ເປັນຈັ່ງໃດສະບາຍດີບໍ່
ເຮົາ: ກະສະບາຍດີ ແຕ່ບໍ່ຄ່ອຍມີເງິນໃຊ້ 5555
ຊີ : ຊ່າງວ່າ.... ເພິ່ນເຮັດວຽກຢູ່ໃສ
ເຮົາ : ກະເຮັດຢູ່ແຖວບ້ານຫັ້ນແຫລະ ແມ່ບໍ່ໃຫ້ໄປໃກ ຄວາມຈິງກະຕິດວຽກໂຄງການຢູ່ຜົ້ງສາລີແຕ່ແມ່ບໍ່ໃຫ້ໄປກະເລີຍໄດ້ເຮັດຢູ່ແຖວນີ້
ຊີ: ເຂົາກະຄືກັນ ເຮັດແຖວບ້ານ ກະຢູ່... ເດ . ຊັ້ນຂໍເບີນ້ອຍໄດ້ບໍ່ ໄວ້ມື້ຫນ້າກັບບ້ານຊິໂທຫາ ໄປຫລີ້ນນຳກັນ
ເຮົາ: ໄດ້ໆ ແລ້ວກະແຍກຍ້າຍກັນໄປຄົນລະທິດ
ຫລັງຈາກນັ້ນ ປະມານ1ອາທິດ ທ້າວກະມາແອັດເຟສ ເຮົາກະງົງວ່າແຕ່ດົນແຕ່ນານເປັນຫຍັງບໍ່ເຫັນກັນ ຄືຫາກະມາເຫັນ ຫາກະມາແອັດ ລະເຮົາກະຮັບ ມັນເປັນຄົນຫນ້າຕາດີ ຂາວໆສູງໆ ນິໃສດີໆ ເຂົ້າໄດ້ກັບທູກຄົນ
ຫລັງຈາກມື້ນັ້ນກະລົມກັນມາທຸກມື້ ກະຍ້ອນທີ່ມັນເວົ້າດີເຮັດດີກັບທຸກຄົນ ເຮົາເອງກະຫ້າມໃຈບໍ່ໄດ້ທີ່ຊິແອບຮັກ ຄົນທີ່ເອີ້ນວ່າ "ຫມູ່"
ຈາກມື້ນັ້ນເຮົາກະສະຫນິດກັນຫລາຍຂຶ້ນ ໄປໃສມາໃສນຳກັນຫລາຍຂື້ນ ແຕ່ກະໄປນຳກັນກັບຫມູ່ຫລາຍໆຄົນບໍ່ໄດ້ໄປສອງຄົນ
ມື້ນັ້ນ ໄປວັນເກີດລູກຫມູ່ ກະໄປນຳກັນໝົດກຸ່ມ ແຕ່ໝູ່ເຮົາກະມີຄູ່ກັນຫມົດເລີຍ ເຫລືອແຕ່ເຮົາກັບມັນສອງຄົນ ກະເລີຍໄດ້ໄປນຳກັນ
ພໍແຕ່ໄປຮອດ ຫມູ່ກະແຊວຢ່າງໃຫຍ່
ບີ : ຄືມານຳກັນ..... ສຽງແບບເຢີ້ຍ....😄😄😄
ຊີ : ກະແນວເຫັນອີ່ນ້ອຍມັນບໍ່ມີຄູ່ຄືພວກນັ້ນກະເລີຍເອົາມັນມານຳ
ເຮົາ: ງຽບ ສັງເກດການ 555555
ພໍແຕ່ຫມູ່ຄູ່ມາຄົບຫມາຄົບຕາກັນ ງານກະເລີ່ມ ກະກິນເຂົ້າກິນເຫລົ້າຊຸມແຊວກັນທຳມະດາ (ວັນເກີດລູກພໍ່ແມ່ເມົາ ລູກຫລັບ5555)
ຢູ່ດີໆ ອີ່ຕາຜົວຫມູ່ກະຖາມບັກຊີ ....
ຜົວຫມູ່: ເອີຊີ ອ້າຍຖາມແດ່...
ຊີ: ຖາມຫຍັງຖາມມາ
ຜົວຫມູ່ : ໂຕກະເຫັນຫມູ່ມີລູກມີເຕົ້າລະບໍ່ຄິດຢາກໄດ້ເມຍ ບໍ່ຄິດຢາກແຕ່ງງານແນ່ຫວາ?
ຊີ : ກະຄິດ ແຕ່.... ມັນກະຍັງບໍ່ພ້ອມຫລາຍຢ່າງ
ຜົວຫມູ່: ກະຄ່ອຍເປັນຄ່ອຍໄປ ອ້າຍວ່າເອົາແຟນມາເປີດໂຕກ່ອນດີບໍ່5555
ຊີ: ຍັງບໍ່ເຖິງເວລາ5555
ຜົວຫມູ່ : ຂ້ຽວແຕ່ງເດີ້ ມື້ໃດຊິແຕ່ງລະບອກແນ່ ຊິຊ່ອຍເຕັມທີ່... ເວົ້າປະມານວ່າ ປະຊົດແນ່ຫັ້ນແຫລະ
ຊີ : ຖາມນ້ອຍຫັ້ນເດມື້ໃດຊີພ້ອມ
ເຮົາ .....??????
ຜົວຫມູ່ : ອ້າວໆ ອີ່ຫຍັງລະບາດນິ .... ນ້ອຍນິຫວາ ຄິດວ່າລົມສາວທາງໃດ ທີ່ແທ້ກະຄົນໃກ້ໂຕ
ເຮົາ: ມຶງເປັນບ້າຫຍັງນິ ເອົາກູໄປກ່ຽວຫຍັງລະບາດນິ ..... ເວົ້າແຕ່ປາກຊື່ໆດອກ ໃນໃຈກະແບບ ແຕ່ງມື້ອື່ນເລີຍບໍ່ໄດ້ຫວາເພີ່ນ 555555😄😄😄😄😄
ຊີ: ຫລີ້ນຕາມນ້ຳ ຈັກຫນ້ອຍລາວສໍ້ອີກແຫລະຫັ້ນ
ຫມູ່ໆ ຜົວຫມູ່ແຟນຫມູ່ ກະແຊວກັນບໍ່ແມ່ນທຳມະດາ ວ່າຖ້າເອົາກັນແທ້ໆໃຜກະຊິຊ່ອຍອັນນັ້ນອັນນີ້
ຄິດໃນໃຈ ຄັນກູໄດ້ກັບມັນແທ້ໆ ຊິຊ່ອຍຄືເວົ້າບໍ່ນໍ😄😄
ເດິກແລ້ວທຸກຄົນກະແຍກຍ້າຍກັນກັບບ້ານ ມັນກະມາສົ່ງເຮົາຢູ່ບ້ານ
ເຮົາ: ຂອບໃຈເດີ້ທີ່ມາສົ່ງ
ຊີ: ເອີ .. ຂ້ຽວເຂົ້າເຮືອນຫັ້ນເດິກແລ້ວ .
ເຮົາ : ເອີ ມຶງເມືອໂລດ ສ່ຳນິສະບາຍ ຖິ່ນກູ5555 ດ້ວຍຄວາມເມົາແນ່ແຫລະ
ຊີ : ຂ້ຽວເຂົ້າໄປ ເວົ້າຍາກມຶງນິ
ເຮົາ : ເອີໆ....
ມັນຖ້າໃຫ່ເຮົາເຂົ້າເຮືອນປິດປະຕູເສັດສັບແລ້ວນາງຈັ່ງກັບ... ເບິ່ງໆ ຄວາມວ່າມັນດີ... ຍິ່ງວ່າປື້ມ......ມັນເຂົ້າໄປອີກບາດນິ
ຫລັງຈາກນັ້ນກະແຊັດກະລົມກັນມາເລື້ອຍໆ ທັງໃນກຸ່ມ (ພວກເຮົາຈະມີກຸ່ມ line ເອົາໄວ້ລົມກັນ) ລະກະນອກກຸ່ມ ບາງຢ່າງເຮົາກະອອກມາລົມກັນສອງຄົນຢູ່ນອກ
ໄປງານໃດ ກະຕ້ອງຈຳເປັນໄດ້ຄູ່ກັນເພາະຄົນອື່ນຂະເຈົ້າມີຄູ່ກັນຫມົດແລ້ວ
ມີມື້1 ຊິໄປງານດອງ ແຕ່ເຮົາພັດຄາແຕ່ງຫນ້າເຮັດຜົມ ກະຄືຮູ້ໆກັນຫັ້ນແຫລະເນາະວ່າຜູ້ຍິງເວລາຊິໄປດອງມັນຕ້ອງໃຊ້ເວລາດົນປານໃດ
ພໍ່ກະຊິໄປດອງ ນ້ອງຊາຍພັດບໍ່ຢູ່ບ້ານ ເອົາລົດໄປອີກ
ເຮົາກະເລີຍຕ້ອງໄດ້ອາໃສທ້າວອີກແລ້ວ
ຊີ: ອາໂຫລ ຈັ່ງໃດນາງ....ລາກສຽງຍາວເລີຍ
ເຮົາ : ມີແນວໃຫ້ຊ່ວຍນະເພິ່ນ..... ສ້ຽງອ້ອນ5555
ຊີ: ອີ່ຫຍັງ ວ່າມາ ...
ເຮົາ : ໄປສົ່ງພໍ່ໃຫ້ແດ່ ຢູ່ດອງ ນ້ອງຊາຍເອົາລົດໄປ ເຮົາຄາແຕ່ງຫນ້າຍັງບໍ່ແລ້ວເທື່ອນະ.... ສຽງອ້ອນອີກ5555
ຊີ: ຊິແຕ່ງຫຍັງຫລວງຫລາຍ ແຕ່ງໄປກະບໍ່ງາມດອກ ໄດ້ສ່ຳນັ້ນແຫລະ 5555 ສຽງເຍາະເຍີ້ຍເຮົາຂະຫນາດ
ຄິດໃນໃຈ ມຶງເດີ້ ຄັນບໍ່ຫວັງໃຫ້ມຶງໄປສົ່ງພໍ່ນິ ກູດ່າຂີ້ແຕກລະມຶງນະ5555
ເຮົາ: ອ້ອນຕໍ່ ອອກມາຕອນນີ້ເລີຍເດີ້ ອີ່ພໍ່ຊິໄປລະນິ
ຊີ: ອືໆ ຈັກຫນ້ອຍອອກໄປ....
ສຸດທ້າຍ ກະສຳເລັດ ... ເລື່ອງບໍ່ຈົບສ່ຳນັ້ນ ຫລັງຈາກໄປສົ່ງພໍ່ແລ້ວນາງຕ້ອງໄດ້ຂັບລົດວົນກັບມາຮັບເຮົາຢູ່ບ້ານອີກ.... ດີໆ ບໍ່ຈົ່ມຈັກຄຳ ມີແຕ່ດ່າ....
ຊີ: ຍາກແທ້ໆ ແຕ່ງໂຕນິ ສອງຊົ່ວໂມງຜ່ານໄປແລ້ວນິ ງານຊິເລີກກ່ອນລະ
ເຮົາ : ເອີໃຈເຢັນແລ້ວລະມຶງ
..... ກະໄປນຳກັນອີກ ສອງຄົນ
ແຕ່ວ່າ.... ບັງເອີນ ມີຄົນໄປເຫັນວ່າມັນໄປສົ່ງພໍ່ຢູ່ງານ (ງານດຽວກັນ ພໍ່ໄປເປັນເຈົ້າພາບຮ່ວມ ງານດອງລູກສ່ຽວເພິ່ນ)
ງານແຊວຂອງພວກຫມູ່ໆ ກະເກີດຂື້ນອີກ
ຈີ: ອຸ້ຍໆ ມີການມາສົ່ງພໍ່ເຖົ້າອີກ ..... ລາກສຽງຍາວ....5555
ຊີ: ງຽບ ... ລະຊວນຫມູ່ປ່ຽນເລື່ອງລົມ ...ສູມາດົນລະຫວາ ກູລະຖ້າອີ່ນ້ອຍແຕ່ງໂຕຢູ່ ຊ້າໆ
ແບມ: ຫວາາາາາ....
ຫມູ່ອີກຫລາຍໆ ຄົນກະ ພາກັນເວົ້າແຊວໆກັນໄປເລື້ອຍໆ
ເຮົາ: ສູກະເວົ້າໄປ ... ຊອກແນວກິນອັດປາກສູໄວ້ແມະ
ຫມູ່: ຍີ້ມ... ລະກະພາກັນຊຸບຊິບຊຸບຊິບຕໍ່ຫນ້າຫັ້ນແຫລະ
ຜົວຫມູ່.: ອ້າຍວ່າລະນະ ອ້າຍເບິ່ງຄົນບໍ່ຜິດ 55555 ແຕ່ງໄວໆ ຟ້າວຊິຊ່ອຍດອງນິນະ5555
ຂໍພັກຜ່ອນແນ່ເດີ້ ເລື່ອງຍັງອີກຍາວເລີຍ
😃😃😃
ຄວາມຮັກບໍ່ຜິດ ຜິດທີ່ຮັກຜິດຄົນ 18+