ความรัก 08 ปี ดว้ยความเชื่อที่ว่า เราคือ รักแท้ คู่แท้ เนื้อคู่

กระทู้คำถาม
ສະບາຍດີ ພັນທີບ,,, ກອ່ນອື່ນຕອ້ງຂອບໃຈຫລາຍຫລາຍ ສຳຫລັບການຕັ້ງກະທູ້ ຫລື ເວບ ພັນທີບນີ້ຂື້ນມາເພືອເປັນບອ່ນ ທີ່ໃຫ້ຄວາມຮູ້ ເປັນບອ່ນທີ່ໃຫ້ຄຳປືກສາ ເພືອລະບາຍຄວາມໃນໃຈຫລື ແຊ ປະສົບການຊີວິດ ຂໍຂອບໃຈສຳຫລັບຟື້ນທີ່ດີດີ ແບບນີ້ ,, (ຂອ້ຍເປັນຄົນລາວເດີ)
   
   ມື້ນີ້ມີເລື່ອງບໍ່ສະບາຍໃຈ ເລີຍຂໍ ລະບາຍຄວາມຮຼູ້ສືກທີ່ເຈັບປວດ ໃນເລື່ອງ ຄວາມຮັກທີ່ມັນຍັງບໍ່ຈາງໄປ.
      ເລື່ອງມີຢູ່ວ່າ ຂອ້ຍກັບຄົນຮັກ ຄົບກັນມາໃດ 08 ປີ(2008 ຫາ 2015 ). ເຮົາສອງຄົນຮຽນທີ່ ມະຫາວິທະຍາໄລ ດຽວກັນ ເຮົາສອງຄົນຮັກກັນຫລາຍ ຈົນຫມູ່ຫລາຍຄົນອີດສາ ມາໃນປີ 2009 ຂ້າພະເຈົ້າເອງໃດ້ໄປເຮັດວຽກໃຫ້ ບໍລີສັດ ແຫ່ງຫນື່ງ ໃນ ສປປ ລາວ ກ່ຽວກັບ ລະບົບການສື່ສານ ໂດຍການແນະນຳຈາກຄົນຮູ້ຈັກກັບແຟນ ( ຄົນຮັກ ) ທີ່ຢາກໃຫ້ແຟນຂອ້ຍໄປເຮັດວຽກ ແລະ ຮຽນໄປພອ້ມ, ແຕ່ແຟນຂອ້ຍຢາກໃຫ້ເຮົາ2ຄົນໄປເຮັດວຽກນຳກັນເລີຍຊັກຊວນໃຫ້ຂອ້ຍໄປທຳງານນີ້ແຕ່ຂອ້ຍເອງບໍ່ຢາກໄປ ແຕ່ຕອ້ງຕາມໃຈແຟນ ເລີຍພາກັນ ກອກໃບສະຫມັກງານ ທີ່ບອ່ນເຮັດວຽກເຂົາຮັບ ພະນັກງານຈຳນວນ08 ອັດຕາ ໂດຍການຄັດເລືອກຈາກຄະນະກຳມະການ,,,,,, ຫນື່ງອາທິດຕໍ່ມາ ຜົນການປະກາດ ອອກມາ ວ່າ 01 ໃນນັ້ນ ມີ ຂອ້ຍເອງ ແຕ່ຫນ້າເສຍດາຍ ທີ່ແຟນຂອ້ຍ ລາວບໍ່ຕີດ ແຕ່ແຟນກະດີໃຈ ທີ່ຢ່າງນອ້ຍ ຂອ້ຍກະໃດ້ຫນື່ງ ໃນ 8 ຄົນ !!!!ເອົ້າລະ ໍຊີວິດການທຳງານເລື້ມຕົ້ນລະບາດນີ້ ທັງຮຽນທັງເຮັດວຽກ,,, อมยิ้ม17อมยิ้ม16อมยิ้ม07อมยิ้ม36อมยิ้ม35 ທັງດີໃຈ ທັງຕື່ນເຕັ່ນ ທັງໃດ້ງານ ,,  ທຸກທຸຸກມື້ແຟນຊີເປັນຄົນໄປສົ່ງໄປຮັບ ເຮົາສອງຄົນກໍ່ຮັກກັນດີແລະມີຄວາມສຸກຕະຫລອດມາ ກະມີຜີດຖຽງກັນບາງຄັ້ງຕາມພາສາ ຄົນເປັນແຟນກັນ ໃນທີ່ສຸດຂອ້ຍກໍ່ໃດ້ເປັນ ພະນັກງານ ບໍລິສັດ ນີ້ຢ່າງສົມບູນ ໃນຝ່າຍການຕະຫລາດ ອອກໄປຫາລູກຄ້າໃນທີ່ຕ່າງຕ່າງ ໃນທຸກເມືອງ ທົ່ວແຂວງ ເພືອຂາຍສີນຄ້າ ແລະ ປະຊາສຳພັນ ພົບປະ ກັບລູກຄ້າ ອອກໄປທີ່ໃຫ່ມທີ່ແປກ ອອກ ໄປຫລາຍທີ່ ທີ່ບໍ່ເຄີຍເຫັນ ມວ່ນກັບການເຮັດວຽກ ,,, ໃດ້2 ກໍ່ຍ້າຍລົງໄປຊວ່ຍວຽກ ເມືອງຫນື່ງໃນແຂວງ ຄຳມວ່ນ ເຮົາກັບແຟນເລີ້ມຫ່າງກັນ ແລະເລີ້ມມີການຜິດຖຽງກັນ ເລີ້ມຫມັກຂື້ນ( ປີທີ່ 05 ໃນການຄົບກັນ) ຜິດກັນເພາະ ແຟນຄີດວ່າເຮົານອກໃຈ (ຈົນຖືງຂັ້ນ ເອົາມິດປາດແຂນໂຕງເອງ) ເພາະຍ້ານວ່າເຮົາຊີໄປມີຄົນໃຫ່ມ ,, ຫລັງຈາກນັ້ນເຮົາສອງຄົນກະດີກັນຄືເກົ່າ ໃດ້ສອງທີດ ຖຽງກັນຫນັກສຸດສຸດ ກະວ່າຊີເລີກກັນເລີຍໃຫ້ມັນຈົບຈົບໄປ(ບໍ່ຮູ້ຊີຜິດກັນໄປເຮັດຫັຍງ ແນວໃດກະບໍ່ໃດ້ເລີກກັນຄືເກົ່າ) ແຟນກໍ່ເສຍໃຈ ກັບຮອດບ້ານກະນັ້ງຮອ້ງໃຫ້ ແລະເວົ້າກັບໂຕເອງວ່າ ຖ້າບໍ່ມີເຈົ້າແລັວຂອ້ຍຊີຢູ່ແນວໃດ ແລະຢູ່ໄປເພຶອຫຍັງ( ແຟນກໍ່ໄປເອົາ ມິດ ມາຊິຂ້າໂຕຕາຍ ແຕ່ ແມ່ແຟນ ຍ່າງມາເຫັນແລະ ຫ້າມໃວ້ທັນ)  ສຸດທ້າຍກະຄືນດີກັນເພາະເຮົາເລື້ມຮັກແຟນຫລາຍຂື້ນ ແລະເລີ້ມຄືດວ່າ ເຂົາຄົງຊີຮັກເຮົາຫລາຍເຂົາຖືງເປັນໃດ້ພຽງນີ້,ແຟນຈະເປັນຄົນຂື້ຫືງ ລະແວງ  ທຸກຄົນທີ່ເຂົ້າມາ ປົກກະຕິຂອ້ຍຈະເປັນຄົນມີ ຫມູ່ຜູ້ໍຊາຍຫລາຍ ແຕ່ຄົບກັບແຟນ ຫມູ່ມັນກະເລີ້ມຫາຍໄປ ບໍ່ກ້າມາວົນ ເພາະຮູ້ວ່າແຟນເຮົາ ຫວງ ຫລາຍ ເຮົາກໍ່ໄປຫລີ້ນກັບຫມູ່ແຟນແນ່ ຫມູ່ເຮົາແນ່ ຄົບກັນມີ ຜິດຖຽງກັນເລື້ມດຸຂື້ນ ແຕ່ບໍ່ຮຸນແຮງແລ້ວ ເຮົາກະຄົບກັນໄປເລີອຍເລືອຍ :::: ກອ່ນຫນ້າຊີຈົບຮຽນ ແຟນຢາກແຕ່ງງານນຳ ແຕ່ເຮົາຂໍເລືອນໄປກອ່ນເນືອງຈາກຮຽນຍັງບໍ່ຈົບ( ເຮັດວຽກໄປພອ້ມ) ແຟນກະຕາມໃຈ  ຕໍ່ມາ ເຮົາກະຮຽນຈົບ (ຮຽນ3ປີ) ແຟນກໍຂໍເຮົາແຕ່ງອີກຄັ້ງ ເຮົາກໍ່ເລືອນອີກ ຂໍເປັນພະນັງານບໍລີສັດສົມບູນກອ່ນ ແລະຕອນນັ້ນ ແຟນກໍ່ໃດ້ງານທຳ ແຟນພື່ງຮຽນຈົບ (ຮຽນ5ປີ) ທຳງານກັບພໍ່ ທີ່ ບໍລິສັດ ພາກລັດ. ທຳງານໄປໃດ້ ສອງປີ ຕ່າງຄົນກະມີຫນ້າທີ່ການງານີ່ດີທັງສອງ ເລີ້ມກ້າວສູ້ຄວາມຝັນຂອງຊີວິດ ທີ່ຈະສ້າງ ຄອບຄົວດວ້ຍກັນ ມີລົມກັນແຕ່ຍັງບໍ່ຕອ້ງລົງ ໃນຂະນະນັ້ນ ແຟນ ຖືກໄປ ທຳງານວີໃຈກ້ຽວກັບການວິໃຈ ແຮ່ທາດ ທີ່ ສສ ຫວຽດນາມ (3 ເດືອນ) ເຮົາຕອ້ງຫ່າງກັນ ແຕ່ມັນບໍ່ແມ່ອຸປະສັກຂອງຄວາມຮັກ ເພາະທຸກມື້ນີ້ໂລກ ITມັນລ້ຳສະໄຫມ ເຮົາລົມກັນໃນໂທລະສັບ ໃນsky.line. whatsapp ທຸກຊອ່ງທາງ ທີ່ຕິດຕໍ່ກັນ ສວ່ນຫລາຍແມ່ນແຟນໂທຫາ  ແຟນຮັກເຮົາຫລາຍຍຍຍຍຍຍ ໂທຫາແມ່ເຮົາຝາກເບີງແລະຫ້າມຢ່າໃຫ້ເຮົາໄປລົມໄປຮັກຄົນອື່ນ ຖ້າມີຫຍັງປ່ຽນແປງໃຫ້ແມ່ເຮົາ ຫ້າມແລະດື່ງເຮົາໃວ້ ໃຫ້ຖ້າ ສາມເດືອນກະກັບແຕ່ ຫວຽດແລ້ວ  ຫລັງຈາກສາມເດືອນ ແຟນກໍ່ກັບມາ ເຮົາກໍ່ມາຢູ່ໃກກັນແບບເກົ່າ ບາງເທືອກະມີຜິດກັນ ສ່ວນຫລາຍແມ່ນເລືອງ ເວົ້າກັນບໍ່ເຂົ້າໃຈກັນ ຕ່າງຄົນເລີ່ມເອົາແຕ່ໃຈ ແຕ່ສວ່ນຫລາຍແຟນຈະງໍ້ເຮົາເປັນສ່ວນໃຫ່ຍ ເພາະເມືອກອ່ນເຄືຍງໍ້ແຟນ  ແບບທີ່ວ່າ ເຮົາກະເປັນປານນີ້ຫວາ!!!!!!!! ແລ້ວຕໍ່ມາຂອ້ຍກະໃດ້ເອີນຕົວກັບປະຈຳສູນໃຫ່ຍ( ສຳນັກງານໃຫ່ຍ ໃນ ຄຳມວ່ນ) ລວມທີ່ຢູ່ ແມ່ນ 1ປີ 7 ເດືອນ ຫລັງຈາກທີ່ກັບມາປະຈຳທີ່ສູນໃຫ່ຍໃດ້ແຕ່ 3 ເດືອນ ກໍ່ຖືກ ເອີນໂຕໄປຊວ່ຍງານ ອີກ ເມືອງຫນື່ງ (ຊີດວີດຄືການເດີນທາງ) ທຳໃຫ້ເຮົາຕອ້ງຫ່າງກັນ ແຕ່ເຮົາກໍກັບບ້ານທຸກ ເສົາທິດ ຂັບລົດ 1 ຊົ່ວໂມງກະຮອດຕົວເມືອງ ແຟນກໍຕອ້ງເດີນທາງໄປອີກເມືອງຫນື່ງຄີກັນ ເຮົາມີເວລາວ່າງໃຫ້ກັນ ພຽງເສົາອາທິດ ແຕ່ເຮົາກໍ່ຮັກກັນດີ ແຟນເຮົາ ເຮົາຮູ້ນິໃສດີ ເປັນຄົນບໍ່ເຈົ້າຊູ້ ບໍ່ວອກແວກ ( ໂຊກດີທີ່ສຸດທີ່ໃດ້ຄົນນີ້ເປັນແຟນ) ບໍ່ມີເລືອງຕອ້ງມາເສຍໃຈກ້ຽວກັບມີ້ທີ່ສາມ ຕ່າງຄົນຕ່າງທຳງານ ເລີ້ມກັບມາເວົ້າເລືອງແຕ່ງງານເພາະທຸກຢ່າງມັນຫນ້າຊີພອ້ມ ແລະເຮົາກໍຫມັ້ນໃຈໃນຕົວແຟນເຮົາວ່າເຂົາແລະເຮົາຈະມີຄວາມສຸກ ແລະນັບຈາກນີ້ໄປ ຕອ້ງໃດ້ຕື່ນມາເຈີຫນ້າກັນ ນອນກອດກັນມີຄອບຄົວທີ່ແສນອົບອຸ່ນ ແຟນເລີຍຂໍເຮົາແຕ່ງງານ ເຮົາກໍ່ຕອ້ງລົງ ຫມູ່ແລະ ພໍ່ແມ່ທັງສອງຝ່າຍດີໃຈ ເພາະຢາກໃຫ້ເຮົາແຕ່ງງານກັນແຕ່ດົນດົນ ເລີ້ມລົມກັນເລືອງແຕ່ງງານ ຜີດກັນບາງເທືອ( ງອນກັນແບບໃສໃສ) ໃກ້ຮອດມື້ທີ່ໂຊກຮ້າຍ ໂດຍບໍ່ຮູ້ໂຕ,,,,, ບັງເອີນເຮົາບໍສະບາຍ ແຕ່ ອີກ2 ວິນຕອ້ງເດີນທາງໄປ ມຸກດາຫານ ປະເທດໄທ ຮວ່ມກີດຈະກຳໃນເຄຶອ ແຕ່ແຟນບໍ່ຢາກໃ້ໄປ ອ້າງວ່າບໍ່ສະບາຍຊິໄປເຮັດຫັຍງ ແລະຊວນຂອ້ຍຂື້ນໄປກວດພະຍາດນຳກັນຢູ່ທີ່ ວຽງຈັນ ແຕ່ຂອ້ຍບໍ່ໄປຂໍໄປມຸກດາຫານ ຕືນເຊົ້າມາແຟນໂທຫາແຕ່ເຊົ້າ ຖາມວ່າຂອ້ຍຢູ່ໃສ ແຕ່ວ່າຂອ້ຍຮອດສະຫັວນນະເຂດແລ້ວ ແຟນຢາກຮ້າຍທີ່ບອກບໍຟັງ (ຄິດວ່າບໍ່ມີເຫດຜົນເລີຍທີ່ຕອ້ງຜິດຖຽງກັນໃນເລືອງສຳນີ້) ເຮົາກະມີປາກສຽງກັນ ຂັ້ນຮຸນແຮງແລະ ດວ້ຍຄວາມທີ່ ປາກບໍ່ຢູ່ດີຂອງໂຕເອງຫລຸດຄຳວ່າຍົກເລີກງານແຕ່ງທຸກຢ່າງ( ເພາະຄີດວ່າເວົ້າໄປດວ້ຍຄວາມຢາກຮ້າຍ)ເລີຍຜິດກັນເລີ້ມແຕ່ ທີ່ 24/1/2015 ເປັນຕົ້ນໄປ ທັງສອງຄົນ ກໍ່ຄອງ ຖ້າວ່າອີກຝ່າຍ ຊີງໍ້ ຖ້າຕາມຖ້າ ຮອດ ທີ່14/2/2015 ຕ່າງຄົນຕ່າງຖ້າສົ່ງຂໍ້ຄວາມຫວານຫວານ ສຸດທ້າຍໃຜກະເກັກຟອມ ໃຜກະ ກຽດສັກສີ ,,,, ມື້ແຫ່ງຄວາມເຈັບປວດສຸດໃນຊີວິດກໍ່ເກິດຂື້ນ ເມືອຂອ້ຍພາຫມູ່ໄປທ່ຽວ ຮ້ານກີນດືມຮ້ານຫນື່ງໃນເມືອງຂອງວັນທີ່ 25/2/2015 ບັງເອີນໄປເຫັນແຟນຄວງຄົນໃຫ່ມ ທຳອີດ ບໍ່ໃດເອະໃຈ  ຈົນຫມູ່ຂອງແຟນເວົ້າໃຫ້ຟັງແຕ່ກໍ່ຍັງບໍ່ເຊືອ ເພາະຄີດວ່າບໍ່ແມ່ນຈວາມຈີງແຟນເຮົາບໍ່ແມ່ນຄົນແບບນັ້ນແລະບໍ່ເຄີຍຄິດວ່າ ແຟນເຮົາຊີຄິດນອກໃຈ ຫລື ສວມເຂົາ ເພາະທີ່ຄົບມາແຟນບໍ່ແມ່ນຄົນແບບນີ້ ບໍ່ມີປະຫວັດເລືອງແນວນີ້ ຄວາມຄິດນະຕອນນັ້ນຄື ຕາຍທັງເປັນ ແຟນກໍຍັງບໍ່ຍອມບອກຄວາມຈີງ ຂອ້ຍນີໂງ່ທີ່ສຸດໃນໂລກ  ເພຮາະວ່າເຊືອໃຈຄົນທີ່ເຮົາຮັກຫລາຍເກີນໄປ ຄິດວ່າເວລາທີ່ຄົບກັນ 08 ປີ ມັນມີຄວາມຫມາຍທີ່ສຸດມັນເປັນເຄີງຫນື່ງຂອງຊີວີດແລະຮູ້ຈັກຄົນຄົນຫນື່ງດີເກີນຈົນແບບທີ່ວ່າ ອ້າປາກ ກະຮູ້ວ່າຊີເວົ້າຫັຍງ ແຕ່ຂອ້ຍກໍ່ຍັງໂງ່ຢູ່ດີໃນຕອນນີ້ ໂງ່ໂງ່ໂງ່ ,,, ຕັດສີ້ນໃຈກັບບ້ານເອົາສີ່ງຂອງທີ່ແຟນເຄີຍໃຫ້ໄປສົ່ງເພາະຮູ້ວ່າເກັບໃວ້ມັນຕົງບໍ່ມີຄວາມຫມາຍຫັຍງຕໍ່ໄປ ມີແຕ່ຊີເຈັບຊ້ຳຫລາຍກວ່າເກົ່າ ພໍຮອດບ້ານແຟນກະບໍ່ເຫັນແຟນຮອດບ້ານ ເລີຍເອົາສີ່ງຂອງໃວ້ຫນ້າບ້ານ ພໍດີຮອດບ້ານ ແຟນກະໂທຫາ ວ່າທີ່ເຮັດໄປຢາກໃຫ້ຮູ້ວ່າ ຄວາມຮູ້ສືກທີ່ແຟນບໍ່ສົນໃຈ ແຟນບໍ່ແຄມັນເປັນແບບໃດ້ ແຟນວ່າຍັງຮັກແຕ່ຂໍໄປກອ່ນຊິໄປເລີອຍເລີອຍ ຖ້າເຮົາແມ່ນຄູ່ແທ້ ເນືອຄູ່ກັນເຮົາກະຍັງຊີກັບມາຮັກກັນຄືເກົ່າແລະເວົ້າຫລາຍຢ່າງ ກ້ຽວກັບເລືອງຂອງເຮົາ ລົມກັນເປັນຊົ່ວໂມງ ແຕ່ມັນກະໄຮ້ປະໂຫຍດ (ເຈົ້າດືງຂອ້ຍໃວ້ ຮູ້ບໍ່ມັນຄືໃຈຊີຂາດຕາຍລົງບອ່ນນັ້ນ ທັງທີ່ເຮົາຊີແຕ່ງງານກັນໃນອີກ ບໍ່ເທົ່າໃດເດືອນ ຄວາມຮັກທີ່ເຮົາມີຕໍ່ກັນຄວາມທຸກຍາກລຳບາກທີ່ຜ່ານມາດວ້ຍກັນ ຂອ້ຍຢູ່ຂ້າງເຈົ້າຕັ້ງແຕ່ ເຈົ້າຂັບລົດເວບຈີນ, ຮອນດ້າເວບ,ຄຮີກ,ຊີບີອາ, ວີໂກ້ ແລະ ຟໍຈູເນີ ຂອ້ຍກັບເຈົ້າທຸກຍາກສຳໃດເພືອມາຮອດຈຸດນີ້ ມື້ທີ່ເຮົາທັງສອງ ລໍຖ້າໃຫ້ມັນເປັນຈີງ ສຸດທ້າຍຄົນໃຫ່ມທີ່ເຂົ້າມາ ຍາດໄປທຸກຢ່າງ ຂອ້ຍກະເກີດມາບໍ່ເຄີຍເຫັນ ຜູ້ຍີງທີ່ບໍ່ມີຍ່າງອາຍແບບເຈົ້າ ທັງທີ່ຮູ້ວ່າເຂົາມີແຟນ ແລະກຳລັງຈະແຕ່ງງານກັນ ລັກໄປມີຫຍັງກັນ ແລ້ວໃຊ້ທຸກວິທີທີ່ໃຫ້ເຮົາສອງຄົນແຍກອອກຈາກກັນ ຢາກຖາມຜູ້ຍີງຄົນນັ້ນວ່າເຈົ້າບໍ່ຍ້ານເວນກຳມັນຕາມທັນເຈົ້າເບາະ ທີ່ພາກ ຄອບຄົວຄົນອື່ນອື່ນທີ່ຜ່ານມາອອກຈາກກັນ ແລ້ວຍັງມາພາກຄົນທີ່ເຂົາກຳລັງຊີແຕ່ງງານກັນ ໃຫ້ເຈັບປວດ ຄົນແບບເຈົ້າກະງາມຫາຄົນດີທີ່ຍັງບໍ່ມີແຟນ ມີຄອບຄົວໃດ້ ແຕ່ເຈົ້າກັບເລືອກຍາດຊີງເອົາຂອງຄົນອື່ນໄປໃຫ້ຄົນອື່ນເຈັບປວດປາງຕາຍມັນຈັກຄອບຄົວແລ້ວທີ່ເຈົ້າພັງຊີວິດຄົນທີ່ບໍ່ຮູ້ຈັກເລືອງຕອ້ງພັງ ຍາດເຂົາມາສຸດທ້າຍເຈົ້າກະຕອ້ງຄືນເຊົາຢູ່ດີ),,,,,,,ສວ່ນແຟນບໍ່ມັກດີຕອນນີ້ກະເລືອກໄປກັບຄົນໃຫ່ມຖື້ມຄວາມຮັກ08 ປີເລືອກຄົນທີ່ມາໃຫ່ມພຽງບໍ່ເທົ່າໃດມື້ ແລະເລືອງກະຍັງຄ້າງຄາ ບໍ່ພໍເທົ່າໃດມື້ ໃດ້ຍີນຂ່າວວ່າ ທາງຝ່າຍຍີງຢາກໃຫ້ໄແຕ່ງ (ຊອ໋ກ ຫົວໃຈແລ່ນລົງທີ່ປາຍຕີນ ຫາຍໃຈເກືອບບໍ່ອອກ ເພາະມັນໃວເກີນໄປ ໃນສີ່ງທີ່ຮັບຮູ້ ເລີຍຕັດສີນໃຈ ໄປເບີງຫມໍດູ(ເປັນທີ່ພື່ງທາງໃຈ) ວ່າແຟນໂດນຄຸນໃສ ເອົາຂອງຕ່ຳໃຫ້ກີນ ຈາກທີ່ເປັນຄົນດີດີ ກາຍປັບພຽງບໍ່ເທົ່າໃດວັນ ຮັກຜູ້ຍີງຫົວປັກຫົວປ້ຳ ໂດຍທີ່ແຟນທີ່ຄົບກັນມາ08 ປີແບບບໍ່ມີຄວາມຫມາຍຫັຍງ ທັງທີ່ ຄວາມຮັກທີ່ຜ່ານມາ ແບບຊີບໍ່ມີມື້ ຖື້ມກັນໄປຄວາມຫືງຫວງ ຄວາມເຮັດດີ ຈົນພໍ່ແມ່ອີກຝ່າຍໃວ້ໃຈແລະຮັກແພງຈົບລົງແບບ ພາກັນຕັ້ງຕົວບໍ່ທັນ ທັງ ພໍ່ແມ່ ຫມູ່ເພືອນ ພີ້ນອ້ງຄົນທີ່ຮູ້ຈັກແລະຮັກແພງຕ່າງກໍ່ໂທຖາມກົກປາຍສາເຫດ) ຈົນໃດ້ສອງາມອາທິດມາຕໍ່ ແລະໃນວັນທີ27/32015 ເປັນມື້ທີ່ຄົນທີ່ເຮົາຮັກທີ່ສຸດຄົນທີ່ຈະຝາກຊີວິດໃວ້ໃດ້ໂທມາລົມ ແລະເຄຮີຍ ທຸກຢ່າງວ່າເຮົາສອງຄົນໄປກັນບໍ່ລອດ ບໍ່ຕອ້ງຖ້າເພາະຂອ້ຍຊີບໍ່ກັບມາ(ຊື່ງເປັນຄຳເວົ້າທີ່ເຊີຍຊາທີ່ສຸດ ແລະເຈັບລົງຮອດກົ້ນບື້ງຂອງຫົວໃຈ)ຈາກນັ້ນຂອ້ຍກໍ່ບໍ່ເຄີຍເຫັນຄົນຮົກຂອງຂອງອີກເລີຍ ແຕ່ຍັງໃດ້ຍີນຄົນຮູ້ຈັກເລົ່າໃຫ້ຝັງວ່າ ແຟນຂອ້ຍຍັງຖາມຫາ ແລະຍັງໄປບອກກັບທຸກຄົນທີ່ຮູ້ຈັກວ່າຍັງຮັກ ແລະທີ່ເລີກຍອ້ນຄວາມບໍ່ເຂົ້າໃຈກັນ ຍອ້ນວ່າຂອ້ຍບໍ່ຮັກເຈົ້ານີ້ຄືຄຳທີ່ເຈົ້າບອກກັບຄົນອື່ນ ແລະຫລາຍຢ່າງທີ່ເຈົ້າຍັງເວົ້າກ້ຽວກັບຂອ້ຍ........ຄວາມເຈັບປວດມັນຍັງມີເທົ່າທຸກມື້ນີ້ ແລະຄວາມຮັກຂອງເຮົາມັນກະຍັງມີໃຫ້ເຈົ້າຄືເກົ່າທຸກຢ່າງບໍ່ເຄີຍປ່ຽນທຸກມື້ຂອ້ຍຢູ່ຢ່າງລຳບາກທີ່ຕອ້ງໃດ້ຍີນເລືອ່ງເຈົ້າກັບ ຜູ້ຍີງຄົນນັ້ນ.. ເຄີຍໄປເບີງຫມໍດູ ຄົນຫນື່ງຕັ່ງແຕ່ເບີ່ງມາຮູ້ສືກວ່າແມ້ນທີ່ສູດແລະຕົງທີ່ສຸດແລະທຸກຫມໍບອກ ເປັນຄຳດຽວ ວ່າເຮົາ ແມ່ນເນືອຄູ່ກັນ ແມ່ນຄູ່ແທ້ກັນ. ເຕີຍຖາມເພີນມາ5ຂໍ້ ເປັນຈີງຫມົດແລ້ວ 4ຂໍ້ ຍັງຂໍສຸດທ້າຍ
1 ຊີໃດ້ຍ້າຍກັບແຂວງບໍ່ ເດືອນ?,, ເດືອນ 5 2013 ພໍຮອດມື້ ກະຕົງເປະ ເດືອນ5 ກະໃດ້ກັບ( ຸຸຖືກ)
2 ລະຫວ່າງເຮົາກັບຫມູ່ໃຜໃດ້ກີນ95ກອ່ນ ແລະໃຜສົມບຸນກອ່ນ ຫລືພອ້ມກັນ? ຫມູ້ກີນກອ່ນ ແຕ່ໃດ້ສົມບຸນພອ້ມກັນ (ຖືກ)
3 ຖ້າແຕ່ງງານຢາກໃຫ້ແຕ່ງໃຫ້ທັນເດືອນ11/2014ຖ້າກາຍເດືອນນີ້ໄປ ຊີມີຜູ້ຍີງຄົນຜິວຂາວມາແຍກອອກ?ກະບໍ່ໃດ້ແຕ່ງເລືອນອອກໄປ ສຸດທ້າຍກະມີຜູ້ຍີງຄົນນີ້ຍາດໄປ(ຖືກ)
4 ຖ້າຍ້າຍກັບຊີເຈີຜູ້ຊາຍຜີວຂາວອາຍູສຳກັນແຕ່ການສືກສາດີກອ່ນແລະສູງເປັນຜູ້ໃຫ່ຍກວ່າເກົ່າ ແຕ່ຂື້ຫືງກວ່າຄົນເກົ່າທີ່ຮັກຊີຮັກກັບເຂົາກະໃດ້ສາມາດແຕ່ງງານນຳໃດ້ ຖ້າເຈົ້າແຕ່ງລາວກະແຕ່ງ (ເລີຍເລີກບໍ່ຄົບ)ມີເຂົ້າມາແທ້ ແຕ່ຫືງຫລາຍກວ່າຄົນເກົ່າກະບໍ່ໃຫວຄົນເກົ່ານັ້ນກະອອກໄປໃສກະເກືອບໍ່ໃດ
5 ຖ້າຂອ້ຍກັບແຟນຕ່າງຄົນຕ່າງໄປມີຄອບຄົວແຕ່ງງານກັບຄົນອື່ນ ສຸດທ້າຍ ໃດ້1ຫາ2 ປີພວກເຈົ້າທັງສອງກໍ່ຫຍ່າກັບຄົນທີ່ແຕ່ງງານນຳມາຮັກແລະແຕ່ງງານກັນ ຄືເກົ່າເພາະເຈົ້າ ຄືຄູ່ກັນແລ້ວ ມັນບໍ່ແຄ້ວກັນດອກ( ລໍຖ້າເບີງຜົນ)ແຕ່ຖ້າຕ່າງຄົນຕ່າງບໍ່ແຕ່ງກັບຄົນໃຫ່ມນອກຈາກເຮົາສອງຄົນກໍ່ຈະເປັນຄູ່ສ້າງຄູ່ສົມກັນຕະຫລອດໄປ ເພຮາະເຮົາຄື ຄູ່ແທ້ເກີດມາເພືອກັນແລະກັນ ປີກະຈູ ຄວາມດີທີ່ເຮົາສ້າງມານຳກັນ08 ປີ ມັນອາດເຮັດໃຫ້ເຮົາຜ່ານວີກີດນີ້ໄປໃດ້
(ຂໍໂທດທີ່ພີມຍາວປານນີ້ ນີ້ເປັນພຽງສວ່ນຫນື່ງ ອ່ານແລ້ວບາງຕອນກະເລັ່ງລັດ ບາງຕອນອາດສັບສົນ ຕອ້ງຂໍໂທດຫລາຍຫລາຍເດີ ທີ່ພີມມານີ້ເພືອຢາກປົດປອ່ຍຄວາມຮູ້ສືກຄວາມເຈັບປວດທີ່ມີ ເພືອມັນຈະບັນເທົ່າລົງ ຂໍໂທດຖ້າວ່າພວກທ່ານອ່ານບໍ່ເຂົ້າໃຈ)
แสดงความคิดเห็น
โปรดศึกษาและยอมรับนโยบายข้อมูลส่วนบุคคลก่อนเริ่มใช้งาน อ่านเพิ่มเติมได้ที่นี่