รถไฟความเร็วสูงของพี่ลาวจะเริ่มสร้างแล้วครับ

กระทู้สนทนา
ອະນຸມັດທຶນ 5000 ລ້ານໂດລາສະຫະລັດ ກໍ່ສ້າງທາງລົດໄຟສະຫວັນນະເຂດ-ລາວບາວ (ຊາຍແດນຫວຽດນາມ)

ເສັ້ນທາງລົດໄຟສະຫວັນນະເຂດ-ລາວບາວ ໃກ້ຈະໄດ້ຮັບການກໍ່ສ້າງແລ້ວ ຫຼັງຈາກວັນທີ 10 ເມສາ ນີ້ຢູ່ໂຮງແຮມ ດອກຈຳປາ, ທ້ານ ກິວ ເບີດ ຮວງໂຮກຸນ (Gillbert Hung Ho Kuen) ຜູ້ບໍລິຫານທະນາຄານ ສິດ ບັງໂກເປີຮັດ ແລະ ທ່ານ ໂມຫາມັດ ຟັດສະວີ (Mohammad Fadzwi) ປະທານ ບໍລິສັດ ໄຈແອັນຄອນໂຊລິເດຕິດຈຳກັດ ໄດ້ຮ່ວມລົງນາມໃນສັນຍາອະນຸມັດທິນ 5000 ລ້ານໂດລາສະຫະລັດກໍ່ສ້າງເສັ້ນທາງລົດໄຟດັ່ງກ່າວ ໂດຍທ່ານ ບຸນຈັນ ສິນລະວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຟິລິບ ມາໂລນ (Philip Malone) ເອກອັກຄະລາຊະທູດອັງກິດ ປະຈຳລາວ, ທ່ານ ດາໂຕ ຕັນ ໄຕ ຮິງ (Dato Than Tai Hing) ເອກອັກຄະລາຊະທູດ ມາເລເຊຍ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ທ່ານ ໂມຫາມັດ ຟັດສະວີ ກ່າວວ່າ:

ພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງລົດໄຟສາຍນີ້ ຈະຊ່ວຍໃຫ້ປະເທດລາວ ທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດທີ່ມີເສັນທາງເຊື່ອມໂຍງພາກພື້ນ ແລະ ຈະຊ່ວຍສົ່ງເສີມການພັດທະນາເສດຖະກິດ-ສັງຄົມລາວ ແລະ ບັນດາປະເທດໃກ້ຄຽງໃຫ້ດີຂື້ນເປັນກ້າວໆ.

ເສັ້ນທາງດັ່ງກ່າວຍັງຈະສ້າງໂອກາດທາງດ້ານການຄ້າ, ຫຼຸດຕົ້ນທຶນ, ເວລາການຂົນສົ່ງສິນຄ້າ ແລະ ຈະເຮັດໃຫ້ລາຄາສິນຄ້າຜູ້ຕະຫຼາດກໍ່ຈະຖືກລົງ ແລະ ເຮັດໃຫ້ຜູ້ ບໍລິໂພກໄດ້ຮັບຜົນປະໂຫຍດຫຼາຍຂື້ໜ, ປັດຈຸບັນຢູ່ໃນໄລຍະອອກແບບຂັ້ນສຸດທ້າຍຄາດວ່າຈະລົງມືຂຸດເຈາະສຳຫຼວດພາກສະໜາມໃນເດືອນສິງຫາ ທີ່ຈະເຖິງນີ້ຖ້າບໍ່ມີອຸປະສັກໃດໆເກີດຂື້ນ, ພ້ອມນີ້ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ດຣ. ໄອຈິນເຈຍ ລໍ ຢູຫາວ ປະທານເສດຖະກິດ ແລະ ການຄ້າອາຊຽນທີ່ຮ່ວມມື ແລະ ສະໜັບສະໜູນໂຄງການດັ່ງກ່າວ.

ຈາກ: ສຳນັກຂ່າວສານປະເທດລາວ, ໂດຍ: ສອນຄຳ






แสดงความคิดเห็น
โปรดศึกษาและยอมรับนโยบายข้อมูลส่วนบุคคลก่อนเริ่มใช้งาน อ่านเพิ่มเติมได้ที่นี่